ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້, ເຂົ້າໃຈເພີ່ມເຕີ່ມກ່ຽວກັບທັກສະ ແລະ ເຕັກນິກການບໍລິຫານກໍ່ຄືການບໍລິຫານຕົນເອງ, ເວລາ, ເອກະສານ, ກອງປະຊຸມ, ທີມງານ ແລະ ການແກ້ໄຂຂໍ້ຂັດແຍ່ງໃນອົງການ.
ບົດທີ 1: ການຮຽນຮູ້ການບໍລິຫານຕົວເອງ
ບົດທີ 2: ການບໍລິຫານເວລາ
ບົດທີ 3: ການບໍລິຫານເອກະສານ
ບົດທີ 4: ການບໍລິຫານກອງປະຊຸມ
ບົດທີ 5: ການສື່ສານທາງລັດຖະການ
ບົດທີ 6: ການບໍລິຫານທີມງານ ຫຼື ການເຮັດວຽກເປັນທີມ
ບົດທີ 7: ການບໍລິຫານການປ່ຽນແປງ
ບົດທີ 8: ການບໍລິຫານຂໍ້ຂັດແຍ່ງ ແລະເຈລະຈາຕໍ່ລອງ
ບົດທີ 9: ການຮ່າງເອກະສານທາງລັດຖະການ
ພະນັກງານ-ລັດຖະກອນທີດຳລົງຕໍາແໜ່ງຜູ້ໍບໍລິຫານລະດັບກາງລົງຮອດວິຊາການ
- ບັນລະຍາຍ ແລະ ອະທິບາຍ 40 %
- ສົນທະນາຖາມ-ຕອບ ແລະ ແລກປ່ຽນຄວາມຄິດເຫັນ 30 %
- ກິດຈະກຳກຸ່ມ / ເກມ / ຝຶກປະຕິບັດຕົວຈິງ ແລະ ນຳສະເໜີຜົນງານກຸ່ມ 30 %
ນໍາໃຊ້ເວລາ 5 ວັນ.
ພາຍຫຼັງສຳເລັດການຝຶກອົບຮົມສາມາດຄາດຄະເນຜົນໄດ້ຮັບໄດ້ດັ່ງນີ້:
– ຜູ້ເຂົ້າຮ່ວມຈະສາມາດຮຽນຮູ້ ແລະ ເຂົ້າໃຈຂັ້ນພື້ນຖານກ່ຽວກັບການບໍລິຫານ ໂດຍຜ່ານການ ຝຶກຝົນຄວາມຮູ້ຄວາມຊຳນານອັນໃຫມ່ແລະຝຶກການເປັນຜູ້ບໍລິຫານໃນຮູບແບບຕ່າງໆ;
– ໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຈະມີຄວາມຮູ້ຄວາມເຂົ້າໃຈພື້ນຖານ ໃນດ້ານການບໍລິຫານຕົນຢ່າງມີປະສິດທິພາບໂດຍມີການຫມູນໃຊ້ວິໄສທັດຮ່ວມກັນ;
– ໃຫ້ຜູ້ບໍລິຫານຈະສາມາດນຳເອົາບົດຮຽນອັນໃໝ່ໄປເຜີຍແຜ່, ໜູນໃຊ້ໃນຖານະເປັນຜູ້ບໍລິຫານໃຫ້ສອດຄ່ອງກັບສະພາບການເປັນຈິງຂອງຂະແໜ່ງການຂອງຕົນ;