About Us

ໄລຍະທີໜຶ່ງ: ສູນຝຶກອົບຮົມລັດຖະກອນ ຂຽນຫຍໍ້ວ່າ: ““ສອລ”” ແມ່ນການຈັດຕັ້ງ ດ້ານວິຊາການໜຶ່ງທີ່ຂຶ້ນກັບທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ ສໍານັກງານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງສະບັບເລກທີ 40/ທປຄ, ລົງວັນທີ 17 ມີນາ 2009.  ມີພາລະບົດບາດ ເປັນຫົວໜ່ວຍການຈັດຕັ້ງປະຕິບັດວຽກງານວິຊາການ ໃຫ້ແກ່ຫົວໜ້າທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ ດ້ານການພັດທະນາຊັບພະຍາກອນມະນຸດໃນກົງຈັກລັດ ໂດຍສະເພາະແມ່ນການຝຶກອົບຮົມໄລຍະສັ້ນໃຫ້ແກ່ລັດຖະກອນ ໃນຂອບເຂດທົ່ວປະເທດ, ຊຶ່ງປະກອບມີກົງຈັກຊ່ວຍວຽກຄື:ພະແນກບໍລິຫານ; ພະແນກພັດທະນາຫລັກສູດ-ຝຶກອົບຮົມ ແລະ ພະແນກຂໍ້ມູນຂ່າວສານລັດຖະກອນຕ່າງປະເທດ; ໄລຍະສ້າງຕັ້ງເບື້ອງຕົ້ນປະກອບມີລັດຖະກອນທັງໜົດ 05 ຄົນ, ຍິງ 01 ຄົນ.

ໄລຍະທີສອງ: ທ້າຍປີ 2010 ສູນຝຶກອົບຮົມລັດຖະກອນ ໄດ້ຖືກປັບປຸງກົງຈັກການ   ຈັດຕັ້ງ ແລະ ບຸກຄະລາກອນ ຕາມຂໍ້ຕົກລົງສະບັບ ເລກທີ 202/ທປຄ, ລົງວັນທີ 14 ທັນວາ 2010 ໂດຍໄດ້ປ່ຽນຊື່ຫຍໍ້ຈາກ ““ສອລ” ມາເປັນ “ສຝລ”; ປະກອບມີກົງຈັກຊ່ວຍວຽກຄື: ພະແນກບໍລິຫານ; ພະແນກພັດທະນາຫຼັກສູດ-ຝຶກອົບຮົມ; ພະແນກຂໍ້ມູນຂ່າວສານ ແລະຫ້ອງສະໝຸດ. ສ່ວນພາລະບົດບາດແມ່ນຍັງຮັກສາໄວ້ຄືເກົ່າ, ຊຶ່ງມີບຸກຄະລາກອນຈໍານວນ 14 ຄົນ, ຍິງ 6 ຄົນ. ໂດຍແມ່ນ ທ່ານ ສິງທະວອນ ດາລາວົງ ເປັນຫົວໜ້າສູນດັ່ງກ່າວ.

ພາຍຫຼັງທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ ໄດ້ຖືກຍົກຖານະຂຶ້ນເປັນກະຊວງພາຍໃນ ຕາມດໍາລັດ ສະບັບເລກທີ 253/ນຍ, ລົງວັນທີ 19 ສິງຫາ 2011, ສູນຝຶກອົບຮົມລັດຖະກອນ ໄດ້ຖືກຍົກຖານະຂຶ້ນມາເປັນ ສະຖາບັນຄົ້ນຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມ ທຽບເທົ່າກົມ ຊຶ່ງຂຽນຫຍໍ້ວ່າ “ສວປຝ” ຂຽນເປັນ ພາສາອັງກິດ Public Administration Research and Training Institute (PARTI) ສັງກັດຢູ່ໃນໂຄງປະກອບກົງຈັກຂອງກະຊວງພາຍໃນ ຕາມຂໍ້ຕົກລົງສະບັບເລກທີ 125/ພນ, ລົງວັນທີ 08 ມີນາ 2012, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ ລັດຖະມົນຕີວ່າການ ກະຊວງພາຍໃນ ໃນການຄົ້ນຄວ້າ, ຈັດຝຶກອົບຮົມໃນຂົງເຂດວຽກງານການປົກຄອງ ແລະ ຄຸ້ມຄອງ ລັດຖະກອນ ໃນຂອບເຂດທົ່່ວປະເທດ.