Author: admin parti

ຝຶກອົບຮົມຫຼັກສູດບໍລິຫານຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບກາງໃຫ້ພະນັກງານຂະແໜງການເງິນ 08 ແຂວງພາກເໜືອ ຊຸດທີ່ II, ທີ່ ວິທະຍາໄລການເງິນ ແຂວງຫຼວງພະບາງ

ໃນຄັ້ງວັນທີ 16-25 ຕຸລາ 2023 ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ, ກະຊວງພາຍໃນ ຮ່ວມກັບກົມຈັດຕັ້ງ ແລະ ພະນັກງານ, ກະຊວງການເງິນ ໄດ້ເປີດຊຸດຝືກອົບຮົມຫຼັກສູດ        ການບໍລິຫານຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບກາງໃຫ້ແກ່ພະນັກງານຂະແໜງການເງິນ 08 ແຂວງພາກເໜືອ    ຄືແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງຜົ້ງສາລີ , ແຂວງບໍ່ແກ້ວ, ແຂວງຫົວພັນ ແລະ ແຂວງຊຽງຂວາງ ມີຄະນະພັກ, ຄະນະນໍາ ຈາກກົມຈັດຕັ້ງ ແລະ…

ຝຶກອົບຮົມຫຼັກສູດການບໍລິຫານຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບສູງໃຫ້ພະນັກງານນຳພາຄຸ້ມຄອງ ຫ້ອງວ່າການສູນກາງພັກ

ໃນຄັ້ງວັນທີ 18-22 ກັນຍາ  2023 ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ, ກະຊວງພາຍໃນ ຮ່ວມກັບຫ້ອງວ່າການສູນກາງພັກ ໄດ້ຈັດພິທີເປີດຊຸດຝືກອົບຮົມຫຼັກສູດການບໍລິຫານຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບສູງໃຫ້ພະນັກງານນຳພາ-ຄຸ້ມຄອງພາຍໃນຫ້ອງວ່າການສູນກາງພັກ, ໃຫ້ກຽດການເປັນປະທານຂອງທ່ານ  ຄຳຜາ ພີມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ  ໂດຍມີຜູ້ເຂົ້່າຮ່ວມທັງໝົດ 31 ທ່ານ, ຍິງ 08 ທ່ານ, ພະນັກງານນຳພາ-ຄຸ້ມຄອງ ຂັ້ນກົມ, ວິທະຍາກອນ ທີ່ເປັນອາດີດລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ ຈາກກະຊວງພາຍໃນ, ກະຊວງການເງິນເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້…

ຜົນສໍາເລັດການເຂົ້າຮ່ວມກອງປະຊຸມຫົວໜ້າລັດຖະກອນອາຊຽນ ຄັ້ງທີ 21 ທີ່ ສສ ຫວຽດນາມ

ລະຫວ່າງວັນທີ 02-06 ສິງຫາ 2022 ນີ້ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໃນນາມຫົວໜ້າລັດຖະກອນອາຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍຫົວໜ້າກົມຄຸ້ມຄອງລັດຖະກອນ, ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ເດີນທາງໄປຮ່ວມກອງປະຊຸມວຽກງານລັດຖະກອນອາຊຽນ ຄັ້ງທີ 21 ໂດຍແມ່ນ ກະຊວງພາຍໃນ ສສ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນທີ່ ນະຄອນຫຼວງຮ່າໂນຍ. ການຈັດກອງປະຊຸມໃນຄັ້ງນີ້ ໄດ້ທົບທວນ…

ພະນັກງານການນໍາຂັ້ນພະແນກ ແລະ ທຽບເທົ່າ ທີ່ຂຶ້ນກັບກະຊວງການເງິນເຂົ້າຮ່ວມ ຝຶກອົບຮົມການບໍລິຫານ ຄຸ້ມຄອງລັດ ຊຸດທີ 02

ຈຸດປະສົງ ການຝຶກອົບຮົມໃນຄັ້ງນີ້ ກໍເພື່ອເສີມສ້າງໃຫ້ພະນັກງານການນຳຂັ້ນພະແນກ ແລະ ທຽບເທົ່າໃຫ້ມີຄວາມຮູ້ໃນການຄຸ້ມຄອງ, ນຳພາ ເສີມສ້າງທັກສະດ້ານຄວາມສາມາດໃນການຄຸ້ມຄອງ, ການນໍາພາທີ່ຈໍາເປັນບາງຕຳແໜ່ງ, ຄວາມຕ້ອງການຂອງວຽກງານການນຳຂັ້ນພະແນກ, ຫ້ອງການ ແລະທຽບເທົ່າຂອງທ້ອງຖິ່ນ. ເສີມສ້າງຄວາມຮູ້, ທັກສະທີ່ຈຳເປັນ, ຄວາມຮູ້ດ້ານຈັນຍາບັນ–ຈັນຍາທຳຂອງພະນັກງານ, ປະກອບສ່ວນສ້າງລະບົບການເຮັດວຽກທີ່ເໝາະສົມຂອງການນຳສຳລັບເປົ້າໝາຍຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ມີພະນັກງານການນຳຂັ້ນພະແນກ ທຽບເທົ່າພະນັກງານວາງແຜນການນຳ ທີ່ຂື້ນກັບກະຊວງການເງິນ ຈຳນວນ 30 ທ່ານ ໄລຍະການຝຶກອົບຮົມການບໍລິຫານ ຄຸ້ມຄອງລັດ ການນຳຂັ້ນພະແນກ ແລະ ທຽບເທົ່າຊຸດທີ 02 ປະຈຳປີ 2022 ແມ່ນໃຊ້ເວລາ  20 ວັນ ເທົ່າກັບ 160 ຊົ່ວໂມງ ການຝຶກອົບຮົມ ຈະໄດ້ຄົ້ນຄວ້າຮໍ່າຮຽນທັງໝົດ 03 ພາກຄື: ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ, ຄວາມຮູ້ທົ່ວໄປ, ຄວາມຮູ້ວິຊາເພາະ.ທັງນີ້ກໍ່ເພື່ອເຮັດໃຫ້ກໍາແໜ້ນ ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ; ເຂົ້າໃຈເລິກເຊິ່ງກ່ຽວກັບແນວຄິດ, ທິດສະດີການບໍລິຫານການປ່ຽນແປງ, ກາຍນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍຂອງຂະແໜງການຕົນຢ່າງມີປະສິດທິຜົນ, ສາມາດກໍາໄດ້ແນວຄິດ–ທິດສະດີການນໍາພາ ແລະ ການຄຸ້ມຄອງ; ຄຸນລັກຊະນະ ແລະ ຮູບແບບການນໍາພາທີ່ດີ ເພື່ອເປັນທິດທາງປັບປຸງວິທີການການຊີ້ນໍາ–ນໍາພາ ເປັນເອກະພາບກ່ຽວກັບຫຼັກການ ແລະ ຂະບວນການສ້າງແຜນຍຸດທະສາດ, ແຜນການປະຈໍາຂອງຂະແໜງການ,  ສາມາດເຂົ້າໃຈກ່ຽວກັບຈັນຍາບັນ ແລະຄ່ານິຍົມ ໃນການປະຕິບັດງານ, ຈັນຍາບັນຂອງພະນັກງານ–ລັດຖະກອນ, ການຄຸ້ມຄອງພະນັກງານ–ລັດຖະກອນ, ການໝູນໃຊ້ຫຼັກການ ແລະ ວິທີການຄຸ້ມຄອງ ປະເມີນຜົນການປະຕິບັດງານຂອງພະນັກງານ ໃນຂະແໜງການຂອງຕົນໃຫ້ມີປະສິດທິຜົນ.ໂອກາດດັ່ງກ່າວ, ທ່ານ ສົມບູນ ອິນທະປັດຖາ…

ກອງປະຊຸມ ຄົ້ນຄວ້າສ້າງຕັ້ງສະພາວິທະຍາສາດ ຂະແໜງການພາຍໃນ ຄັ້ງທີ 1

ວັນທີ 21 ມິຖຸນາ 2022 ນີ້ ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ ໄດ້ຈັດກອງປະຊຸມ ສ້າງຕັ້ງສະພາວິທະຍາສາດ ຂະແໜງການພາຍໃນ ຄັ້ງທີ 1 ຂຶ້ນໂດຍການເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ອະດີດຮອງລັດຖະມົນຕີ, ພະນັກງານອາວຸໂສບຳນານ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ ກະຊວງພາຍໃນ, ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ສະຖາບັນການເມືອງ ແລະ…

ສວປຝ ຈັດຝຶກອົບຮົມຫຼັກສູດ ການບໍລິຫານຄຸ້ມຄອງລັດ ໃຫ້ແກ່ ພະນັກງານ-ລັດຖະກອນ ແຂວງຊຽງຂວາງ

ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ ຈັດພິທີຝຶກອົບຮົມຫຼັກສູດ ການບໍລິຫານຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບກາງ ໃຫ້ແກ່ບັນດາ ພະແນກການ ແລະ ອົງການຊ່ວຍວຽກຂັ້ນແຂວງຂອງແຂວງຊຽງຂວາງ ຊຸດທີ I ໃນວັນທີ 03 ພຶດສະພາ 2022 ທີ່ ຫ້ອງວ່າການແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ທ່ານ ສະຫວ່າງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ…

ພະນັກງານສະພາແຫ່ງຊາດເຂົ້າຮ່ວມຝຶກອົບຮົມ ຫົວຂໍ້ ການເປັນຄູຝຶກທີ່ດີ

ໃນຕອນເຊົ້າຂອງວັນທີ 05 ເມສາ 2022 ທີ່ເມືອງວັງວຽງ, ແຂວງວຽງຈັນ ໄດ້ມີພິທີເປີດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ ການເປັນຄູຝຶກທີ່ດີ ໃຫ້ແກ່ພະນັກງານຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ ແລະ ພະນັກງານສະພາປະຊາຊົນຂັ້ນແຂວງ ຈຸດປະສົງເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ ໃຫ້ມີປະສິດທິຜົນດີຂຶ້ນ; ໃຫ້ກຽດການເປັນປະທານໂດຍແມ່ນ ທ່ານ ປອ. ຢ່າງກູ້ ຢ່າງລືໄຊ ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ ມີ ບັນດາທ່ານຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ວິທະຍາກອນທີ່ເປັນຫົວໜ້າ ແລະ ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ…

ພິທີເປີດຊຸດຝຶກອົບຮົມການນຳຂັ້ນກົມ ແລະ ທຽບເທົ່າ ຊຸດທີ 1 ປະຈຳປີ 2022 ໃຫ້ແກ່ພະນັກງານກະຊວງການເງິນ

ໃນວັນທີ 14 ມີນາ 2022, ທີ່ສະຖາບັນການເງິນ-ການບັນຊີ, ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມໃຫ້ການນຳຂັ້ນກົມ ແລະ ທຽບເທົ່າ ຊຸດທີ 1 ປະຈຳປີ 2022 (14-25 ມີນາ 2022) ໂດຍການເປັນປະທານເປີດຊຸດຝຶກອົບຮົມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ມີທ່ານ ປອ. ນາງ ຈັນທາ ອ່ອນໄຊວຽງ ຄະນະພັກກະຊວງ, ຫົວໜ້າ…

ສ້າງຄວາມເຂັ້ມແຂງວຽກງານ ການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ແກ່ ພະນັກງານ-ວິຊາການ ພະແນກ ຍທຂ 09 ແຂວງ

ວັນທີ 18 ມີນາ 2022 ທີ່ ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມການຄຸ້ມຄອງພະນັກງານ-ລັດຖະກອນ ຊຸດທີ 02 ໃຫ້ກຽດເປັນປະທານແມ່ນ ທ່ານ ຈັນທະລາ ພິມມະຈັກ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ຍທຂ; ທ່ານ ປອ. ນາງ ຈັນທາ ອ່ອນໄຊວຽງ ຄະນະພັກກະຊວງ…

ພິທີຈັດຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ພາສີ

ກອງປະຊຸມຝຶກອົບຮົມຫຼັກສູດເຈົ້າໜ້າທີ່ຄຸ້ມຄອງການແຈ້ງພາສີ ແລະ  ກວດກາສິນຄ້າ, ພາຫະນະ ແລະ ຜູ້ໂດຍສານ ລະຫວ່າງວັນທີ 07 ກຸມພາ – 18 ມີນາ 2022 ທີ່ສະຖາບັນການເງິນ-ການບັນຊີ; ໃນນັ້ນສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ, ກະຊວງພາຍໃນ ໄດ້ຮັບການເຊື້ອເຊີນຈາກກົມພາສີ ກະຊວງການເງິນ ແລະ ໄດ້ສະໜອງນັກວິທະຍາກອນ ຈໍານວນ 04 ທ່ານ ເພື່ອຂຶ້ນຫ້ອງບັນລະຍາຍ ແລກປ່ຽນຄວາມຄິດເຫັນແກ່ນັກສໍາມະນາກອນ; ຈຸດປະສົງຂອງການຝຶກອົບຮົມ ເພື່ອເສີມສ້າງໃຫ້ເຈົ້າໜ້າທີ່ພາສີມີຄວາມຮູ້, ຊໍານານດ້ານວິຊາສະເພາະ,…