ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນວັນທີ 23-27 ກໍລະກົດ 2019 ທີ່ເມືອງບຸນເໜືອ, ຜົ້ງສາລີ  ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສະຫວ່າງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມກະຊວງພາຍໃນ, ມີບັນດາທ່ານນັກວິທະຍາກອນ-ນັກສໍາມະນາກອນຈາກຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອ ຝຶກອົບຮົມໃຫ້ບັນດາຜູ້ບໍລິຫານຂັ້ນເມືອງ ໄດ້ຍົກລະດັບຄວາມຮູ້ ແລະ ຄວາມສາມາດ ດ້ານການບໍລິຫານເຊັ່ນ: ຄວາມຮູ້ກ່ຽວກັບການປົກຄອງ, ການບໍລິຫານບຸກຄະລາກອນ, ການຮ່າງເອກະສານທາງລັດຖະການ, ການບໍລິຫານເວລາ, ການສ້າງທີມງານທີ່ມີປະສິດທິພາບ, ການຄຸ້ມຄອງ ແລະ ການນໍາພາ, ການແກ້ໄຂຂໍ້ຂັດແຍ່ງ, ການເຈລະຈາຕໍ່ລອງ. ນອກນີ້, ກໍ່ເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈດ້ານ     ທິດສະດີ ແລະ ພຶດຕິກໍາຕົວຈິງໃນການບໍລິຫານ ເພື່ອໄປໝູນໃຊ້ເຂົ້່່າໃນການປະຕິບັດວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

Leave a Reply